





ບໍລິສັດ ເຄພີຈີ ການສື່ສານ ຈຳກັດ
ບໍລິສັດ ເຄພີຈີ ການສື່ສານ ຈຳກັດ ເປັນບໍລິສັດຜູ້ນຳເຂົ້າ ແລະ ຕົວແທນຈຳໜ່າຍວິທະຍຸສື່ສານ ແລະ ອຸປະກອນສື່ສານ, ບໍລິສັດພວກເຮົາໄດ້ດຳເນີນງານໂດຍຜູ້ມີປະສົບການໃນດ້ານວິທະຍຸສື່ສານ, ພວກເຮົາມີຄວາມເຕີບໃຫຍ່ຢ່າງຕໍ່ເນື່ອງ. ພວກເຮົາໃຫ້ບໍລິການລູກຄ້າດ້ວຍສິນຄ້າຫຼາກຫຼາຍ ແລະ ມີຄຸນະພາບ ພ້ອມກັບການໃຫ້ບໍລິການທີ່ເປັນເລີດ.
ບໍລິສັດ ເຄພີຈີ ການສື່ສານ ຈຳກັດ ເປັນຕົວແທນຈຳໜ່າຍຢ່າງເປັນທາງການຂອງ Hytera ໃນ ສປປ.ລາວ ຈຸດປະສົງຂອງພວກເຮົາເພື່ອຕ້ອງການສົ່ງເສີມວົງການໂທລະຄົມລາວ ດ້ານວິທະຍຸສື່ສານ ໃຫ້ມີຄວາມກ້າວໜ້າຍິ່ງຂຶ້ນ ແລະ ສົ່ງເສີມຄວາມເຂົ້າໃນການນຳໃຊ້ວິທະຍຸສື່ສານເຂົ້າໃນວຽກງານຢ່າງຖືກຕ້ອງ.
ບໍລິສັດຂອງພວກເຮົາມີເປົ້າໝາຍໃນການດຳເນີນວຽກງານ ຕາມນະໂຍບາຍຄື: ເພື່ອໃຫ້ບໍລິການລູກຄ້າທີ່ດີທີ່ສຸດ ພ້ອມດ້ວຍການບໍລິການຫຼັງການຂາຍທີ່ເປັນເລີດ. ບໍລິສັດຂອງພວກເຮົາເນັ້ນໃສ່ການໃຫ້ບໍລິການມາເປັນສ່ວນສຳຄັນທີ່ສຸດ, ລູກຄ້າຂອງພວກເຮົາລ້ວນແຕ່ເປັນອົງກອນໃຫຍ່ບໍ່ວ່າຈະເປັນພາກລັດ ຫຼື ເອກະຊົນໃນ ສປປ.ລາວ ຈຳນວນຫຼາຍ, ເຊິ່ງທ່ານສາມາດໝັ່ນໃຈໄດ້ໃນການໃຫ້ບໍລິການຂອງພວກເຮົາເຊິ່ງເປັນຕົວແທນຈຳໜ່າຍໃຫຍ່ຂອງຜະລິດຕະພັນ ວິທະຍຸສື່ສານ Hytera
ບໍລິການ ຂອງ ບໍລິສັດ ເຄພີຈີ ການສື່ສານ ຈຳກັດ
ບໍລິສັດ ເຄພີຈີ ການສື່ສານ ຈຳກັດ ຂອງພວກເຮົາໄດ້ຈັດຕັ້ງສູນໃຫ້ບໍລິການຫຼັງການຂາຍ ສະຖານທີ່ຕັ້ງຢູ່: ຊັ້ນ 1 ຕືກ ຄຳໄພ ຊະນະ, ບ້ານ ທົ່ງສາງນາງ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ. ເພື່ອດູແລເບິ່ງແຍງລູກຄ້າ ແລະ ໃຫ້ຄຳປຶກສາໃຫ້ແກ່ລູກຄ້າທີ່ມີປັນຫາດ້ານການໃຊ້ງານຜະລິດຕະພັນຂອງບໍລິສັດ, ບໍວ່າຈະເປັນການກວດກາຊ້ອມແປງ, ວິທະຍຸສື່ສານໃຫ້ເຊົ່າ ແລະ ຈຳໜ່າຍອຸປະກອນສື່ສານ ຜະລິດຕະພັນຂອງ Hytera ແລະ ພ້ອມໃຫ້ບໍລິການດ້ວຍເຄື່ອງມືທີ່ທັນສະໄໝ
ຜະລິດຕະພັນ

ວິທະຍຸສື່ສານດິຈິຕຣອນ ແລະ ລະບົບທັ້ງ
ເປັນຜູ້ນຳຕະຫລາດໃນດ້ານວິທະຍຸສື່ສານລະດັບມືອາຊີບ ບໍລິສັດ ເຄພີຈີ ການສື່ສານ ຈຳກັດ ຕົວແທນຈຳໜ່າຍ ຜະລິດຕະພັນຂອງ Hytera ມີທັງລະບົບ DMR ແລະ TETRA ເປັນຕົວເລືອກທີ່ດີທີ່ສຸດສຳລັບລູກຄ້າ ແລະ ເຮັດໃຫ້ການສື່ສານວຽກງານສະດວກສະບາຍຍິ່ງຂຶ້ນ… ອ່ານເພີ່ມ

ລະບົບທັ້ງ LTE-Broadband & ວິທະຍຸສື່ສານອັດສະລິຍະ
ເປັນການລວມເທັກໂນໂລຢີຄວາມຖີ່ແຄບເຊັ່ນ: DMR, PDT, TETRA ແລະ MPT ເຂົ້າກັບເທັກໂນໂລຢີຄວາມຖີ່ກວ້າງເຊັ່ນ: 3G / LTE ແລະ WLAN. ບໍລິສັດ ເຄພີຈີ ການສື່ສານ ຕົວແທນຈຳໜ່າຍຜະລິດຕະພັນຂອງ Hytera ຈິ່ງມີນະວັດຕະກຳແບບລວມບໍລິການເຕັມຮູບແບບທີ່ຄົບວົງຈອນພ້ອມດ້ວຍເຄື່ອຂ່າຍສະເພາະທີ່ປະສົມປະສານກັນຢ່າງລົງຕົວ… ອ່ານເພີ່ມ

Command & Dispatch
ຄວາມປອດໄພໃນການບັນຊາການ ແລະ ການຄວບຄຸມ. ບໍລິສັດ ເຄພີຈີ ການສື່ສານ ຈຳກັດ ຕົວແທນຈຳໜ່າຍ ຂອງ Hytera ໃຫ້ບໍລິການຜະລິດຕະພັນ ແລະ ນະວັດຕະກຳການບັນຊາການ ແລະ ຕິດຕາມການສັ່ງງານຫຼາຍສຳລັບການປະຕິບັດວຽກງານສື່ສານ ແລະ ຮັກສາຄວາມປອດໄພເຊັ່ນ: ຕຳຫລວດ, ກູ້ໄພ ແລະ ອື່ນໆ… ອ່ານເພີ່ມ

PMR-IoT ແລະ ລະບົບຕອບສະໜອງສຸກເສີນ
ໂຊລູຊັ່ນນະວັດຕະກຳວິທະຍຸສື່ສານແບບໃໝ່ຊຶ່ງເປັນການລວມ PMR ແລະ IOT ແລະ ລະບົບການສື່ສານສຸກເສີນສົ່ງສຽງຜ່ານ Dispatch, ວິດີໂອ ແລະ ລະບົບຮັກສາຄວາມປອດໄພຢ່າງສົມບູນ ລວມທັ້ງລະບົບເຄື່ອຂ່າຍ ແລະ Application… ອ່ານເພີ່ມ

ການສື່ສານຜ່ານດາວທຽມ
ການສື່ສານຜ່ານດາວທຽມໂດຍ Hytera ຖືກນຳໃຊ້ຢ່າງກວ້າງຂວາງໃນຂະແໜງອຸດສາຫະກຳການບິນ, ໂທລະຄົມການສື່ສານ ແລະ ພະລັງງານ… ອ່ານເພີ່ມ
